ກ່ຽວກັບ FREEDOM Sole Co., Ltd

FREEDOM ບໍ່ແມ່ນພຽງແຕ່ແບຣນເສື້ອຜ້າ ແຕ່ແມ່ນການເຄື່ອນໄຫວຂອງຄົນທີ່ກ້າຝັນ ແລະ ກ້າລົງມືເຮັດ ພວກເຮົາເປັນບໍລິສັດຜະລິດ–ອອກແບບ–ຈຳໜ່າຍເສື້ອຜ້າ ແລະ ສິນຄ້າ Fashion ດ້ວຍມາດຕະຖານການຜະລິດທີ່ເຂັ້ມງວດ ແລະ ວິໄສທັດທີ່ຊັດເຈນ FREEDOM ສ້າງຂຶ້ນເພື່ອ ຜັກດັນແບຣນລາວ ແລະ ກ້າວໄປສູ່ຕະຫຼາດສາກົນ ເຮົາເຊື່ອວ່າ “ຄວາມສຳເລັດ ເລີ່ມຈາກຄວາມກ້າ”

ວິໄສທັດ

ເປັນຜູ້ນຳໃນອຸດສາຫະກຳ ທີ່ຜະລິດສ້າງສັນ branding ເສື້ອຜ້າ ທີ່ມີຄຸນນະພາບ ແລະ ຮັບຜິດຊອບຕໍ່ສັງຄົມ ເພື່ອຍົກລະດັບເອກກະລັກລາວສູ່ລະດັບສາກົນຢ່າງພາກພູມໃຈ

ພາລະກິດຂອງພວກເຮົາ

  • ສ້າງແບຣນ FREEDOM ໃຫ້ເປັນແບຣນລະດັບຊາດ ທີ່ເປັນຕົວແທນຂອງຄຸນນະພາບ, ຄວາມຄິດສ້າງສັນ ແລະ ຄວາມພາກພູມໃຈໃນເອກກະລັກລາວ.

  • ພັດທະນາລະບົບ E-commerce (freedombrand.la) ໃຫ້ເຂົ້າເຖິງຜູ້ບໍລິໂພກທົ່ວປະເທດ ແລະ ສາກົນ.

  • ສ້າງ ແລະ ຮ່ວມພັດທະນາ ເຄືອຂ່າຍຜູ້ຜະລິດ ແລະ ຄູ່ຄ້າພາຍໃນປະເທດ ໃນອຸດສາຫະກຳເສື້ອຜ້າໃຫ້ເຂັ້ມແຂງ.

  • ຍົກລະດັບ ຈາກການນຳເຂົ້າ ສູ່ການຜະລິດ ແລະ ການສົ່ງອອກສິນຄ້າລາວໄປຕ່າງປະເທດ.

  • ອອກແບບ ແລະ ຜະລິດ ສິນຄ້າທີ່ມີຄວາມຄິດສ້າງສັນ, ຄຸນນະພາບສູງ ໂດຍຍຶດຖືຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ຄ່ານິຍົມອົງກອນ

F - Faith ( ຄວາມເຊື່ອໃຈ )

ຊື່ສັດ, ເຊື່ອໃຈ ແລະ ສັດທາ ໃນວິໄສທັດ ແລະຄວາມຝັນຂອງອົງກອນ ລວມທັງການເຊື່ອໃຈໃນທີມງານແລະລູກຄ້າ

R-Responsibility ( ຄວາມຮັບຜິດຊອບ )

ໃສ່ໃຈ ແລະ ຮັບຜິດຊອບຕໍ່ການກະທຳ ແລະ ຜົນງານຂອງຕົນເອງ ໃນທຸກໆດ້ານ

E - Excellence ( ຄວາມເປັນເລີດ )

ມຸ່ງຫມັ້ນພັດທະນາຄວາມເປັນມືອາຊີບ ແລະ ການບໍລິການໃຫ້ດີທີ່ສຸດ

E - Empowerment ( ການເສີມພະລັງ )

ເສີມພະລັງໃຫ້ພະນັກງານ ແລະ ຜູ້ມີສ່ວນຮ່ວມໃນອົງກອນ ໃຫ້ກ້າຄິດ ກ້າເຮັດ

D - Diversity ( ຄວາມຫຼາກຫຼາຍ )

ເຄົາລົບ ແລະ ເຂົ້າໃຈຄວາມແຕກຕ່າງ ທັງດ້ານຄວາມຄິດ, ວັດນະທຳ ແລະ ປະສົບການ

O - Opportunity ( ໂອກາດ )

ສ້າງແລະໃຫ້ໂອກາດໃໝ່ໆ ສໍາລັບທຸກຄົນໃນການເຕີບໂຕ ແລະ ການສ້າງອະນາຄົດ

M-Meaningful Impact ( ຜົນກະທົບທີ່ມີຄວາມຫມາຍ )

ເຮັດໃຫ້ເກີດຜົນດີໆ ຕໍ່ສັງຄົມ ແລະ ຜູ້ຄົນ ໂດຍຜ່ານການເຮັດວຽກຂອງອົງກອນ

ບໍລິການຂອງພວກເຮົາ

2. FREEDOM clothing brand

ເລືອກງ່າຍ ໃສ່ສະບາຍ ປະຢັດເວລາ

ເບິ່ງລາຍລະອຽດບໍລິການ

ໂປໂລຜ້າ TK ( POLO TK )

ຄຳອະທິບາຍສິນຄ້າ: POLO ຜ້າ TK ເສື້ອ POLO ຜ້າ TK ແມ່ນເສື້ອໂປໂລທີ່ຜະລິດຈາກເສັ້ນໃຍ Polyester ເປັນຫຼັກ ຜິວຜ້າມີລາຍຖັກແບບ Piqué ຫຼືລາຍຕານ້ອຍໆ. ເນື້ອຜ້າຢູ່ຊົງດີ, ບໍ່ຍັບງ່າຍ, ສີສົດ, ແຫ້ງໄວ ແລະທົນຕໍ່ການຊັກ. ເໝາະສຳລັບຜະລິດເສື້ອພະນັກງານ, ເສື້ອອົງກອນ, ເສື້ອທີມ, ເສື້ອກິດຈະກຳ ແລະງານທີ່ຕ້ອງການຄວບຄຸມງົບປະມານ.

ລາຄາເລີ່ມຕົ້ນ

₭110.000 / ຜືນ

ເບິ່ງລາຍລະອຽດບໍລິການ

ໂປໂລຜ້າ CS ຟຣີມມ້ຽມ ໂປໂລ ( CS Premium POLO )

CS Premium POLO ຜະລິດຈາກ Polyester 95% ແລະ Spandex 5% ຄວາມໜາ 210 GSM. ເນື້ອຜ້ານຸ່ມ, ຍືດຫຍຸ່ນ, ຢູ່ຊົງ, ບໍ່ຍັບງ່າຍ ແລະແຫ້ງໄວ ເໝາະສຳລັບ Uniform ທີ່ຕ້ອງການຄຸນນະພາບແລະພາບລັກລະດັບ Premium.

ລາຄາເລີ່ມຕົ້ນ

₭170.000 / ຜືນ

ເບິ່ງລາຍລະອຽດບໍລິການ

ເສື້ອຍືດຜ້າ FA01 TC 4C 210 GSM

ເສື້ອຢືດ ຜ້າ TC4CF01 ນ້ຳໜັກ 190-300GSM / ຢືດໄດ້ 4 ທິດທາງ ສ່ວນປະສົມຂອງຜ້າ: 4% Spandex 33% Cotton / 63% Polyester ແມ່ນຜ້າປະສົມ ທີ່ນິຍົມໃຊ້ຫຼາຍໃນເສື້ອຍືດ ແລະ Uniform ເໝາະສຳລັບຜະລິດຈຳນວນຫຼາຍເນື່ອງຈາກຜ້າມີຄວາມນຸ້ມ, ໃສ່ສະບາຍ, ລະບາຍອາກາດໄດ້ດີ, ທົນທານ, ບໍ່ຢັບງ່າຍ ແລະ ດູແລຮັກສາງ່າຍ

ລາຄາເລີ່ມຕົ້ນ

₭129.000 / ຜືນ

ເບິ່ງລາຍລະອຽດບໍລິການ

ເສື້ອຍືດຜ້າ FA02 TC 2C

ເສື້ອຢືດ ຜ້າ TC2CF02 ນ້ຳໜັກ 220GSM , 250 GSM ແລະ 410 GSM ສ່ວນປະສົມຂອງຜ້າ: 35% Cotton / 65% Polyester

ລາຄາເລີ່ມຕົ້ນ

₭137.000 / ຜືນ

ເບິ່ງລາຍລະອຽດບໍລິການ

ເສື້ອຍືດຜ້າ FA03 PREMIUM COTTON 4C

ຜ້າ CT4CF03 ເນື້ອຜ້າ premium Cotton 95% / Spandex 5%

ລາຄາເລີ່ມຕົ້ນ

₭165.000 / ຜືນ

ເບິ່ງລາຍລະອຽດບໍລິການ

ເສື້ອຍືດຜ້າ FA04 PREMIUM COTTON 2C

ຜ້າ CT2CF04 / ນ້ຳໜັກ 180 - 350 GSM ເນື້ອຜ້າ premium Cotton 100%

ລາຄາເລີ່ມຕົ້ນ

₭250.000 / ຜືນ

ເບິ່ງລາຍລະອຽດບໍລິການ

ກະເປົາ CANVAS BAG ມີຂອບ

ລາຄາເລີ່ມຕົ້ນ

₭0 / ຫນ່ວຍ

ເບິ່ງລາຍລະອຽດບໍລິການ

ຜະລິດກະເປົາ CANVAS ບໍ່ມີຂອບ

ລາຄາເລີ່ມຕົ້ນ

₭36.000 / ຫນ່ວຍ

ເບິ່ງລາຍລະອຽດບໍລິການ

ລູກຄ້າ

ທີມຜູ້ບໍລິຫານ

ສະມາຊິກທີມ

ສະມາຊິກທີມ

CEO&Founder

ສະມາຊິກທີມ

ສະມາຊິກທີມ

CFO&Founder

ຕິດຕໍ່ພວກເຮົາ

ຖ້າທ່ານມີຄຳຖາມ ຫຼື ຕ້ອງການຄວາມຊ່ວຍເຫຼືອ ກົດປຸ່ມດ້ານລຸ່ມນີ້ເພື່ອສົ່ງຂໍ້ຄວາມຫາພວກເຮົາ.

ທີ່ຢູ່

ບ້ານ ດອນຕີ້ວ ຮ່ອມ04 ເມືອງໄຊທານີ ນະຄອນຫລວງວຽງຈັນ, ລາວ

ໂທລະສັບ

+8562099239947

ສົນທະນາຜ່ານ WhatsApp

ອີເມວ

freedombrandofficial@gmail.com

ຕິດຕາມພວກເຮົາ

ແຜນທີ່